ເຈົ້າໜ້າທີ່ໃນລັດຄາລິຟໍເນຍເວົ້າວ່າ ພວກເຂົາເຈົ້າເຊື່ອວ່າ
ສົບທີ່ຖືກເຜົາເປັນຖ່ານ ຢູ່ໃນຊາກຂອງເຮືອນເຊົ່າເທີງພູທີ່
ຖືກໄຟໄໝ້ນັ້ນແມ່ນອະດີດຕໍາຫລວດ ທີ່ລົບໜີໄປ ແລະຜູ້
ຕ້ອງສົງໄສວ່າ ເປັນຄາດຕະກອນ ທ້າວ Christopher
Dorner.
ນັກຊ່ຽວຊານດ້ານສັນລະສູດສົບ ກໍາລັງເຮັດວຽກເພື່ອໃຫ້ຮູ້
ຄັກແນ່ວ່າ ສົບດັ່ງກ່າວນັ້ນ ແມ່ນຂອງໃຜແທ້. ແຕ່ເຈົ້າໜ້າທີ່
ຕໍາຫລວດເວົ້າວ່າ ສິ່ງຂອງທີ່ໄດ້ພົບເຫັນຢູ່ໃນເຮືອນຫຼັງນັ້ນ
ລວມມີໃບຂັບຂີ່ ຊຶ່ງເຮັດໃຫ້ພວກເຂົາເຈົ້າເຊື່ອວ່າ ສົບນັ້ນ
ແມ່ນຂອງທ້າວ Dorner.
ທ່ານ John McMahon ຫົວໜ້າເຈົ້າໜ້າທີ່ປາບປາມຄົນ
ຮ້າຍຢູ່ໃນເຂດເມືອງ San Bermardino ປະກາດວ່າ ການຕາມລ່າແລະສືບສວນ
ແມ່ນສິ້ນສຸດລົງແລ້ວ. ທ່ານ ເອີ້ນຮອງຫົວໜ້າເຈົ້າໜ້າທີ່ປາບປາມຄົນຮ້າຍປະຈໍາເຂດ
ເມືອງ ທີ່ ໄດ້ພົວພັນໃນການ ຍິງຕໍ່ສູ້ກັບທ້າວ Dorner ນັ້ນວ່າ
ແມ່ນວິລະຊົນທີ່ແທ້ຈິງ.
ທ້າວ Dorner ແມ່ນໄດ້ຫລົບໜີເປັນເວລາ 1 ອາທິດ ກ່ອນທີ່ຜູ້ກ່ຽວລັກລົດກະບະຄັນ
ນຶ່ງ ໃນວັນອັງຄານຜ່ານມານີ້
ແລະໄດ້ຂັບລົດດັ່ງກ່າວຂຶ້ນໄປເທິງພູຢູ່ທາງທິດເໜືອຂອງ ນະຄອນ Los Angeles
ແລະກໍໄດ້ຂັງຕົນເອງຢູ່ໃນເຮືອນຫຼັງດັ່ງກ່າວ.
ລາວໄດ້ສັງຫານຮອງຫົວໜ້າເຈົ້າໜ້າທີ່ປາບຄົນຮ້າຍປະຈໍາເຂດເມືອງດັ່ງກ່າວໃນ ຂະ
ນະທີ່ມີການຍິງຕໍ່ສູ້ກັບຕໍາຫລວດ. ທ່ານ McMahon ເວົ້າວ່າ ການຍິງລະເບີດນໍ້າຕາ
ທີ່ມີທັງຄວາມຮ້ອນ ແສງແລະສຽງເຂົ້າໄປໃນເຮືອນຫຼັງນັ້ນ ເປັນສາເຫດທີ່ພາໃຫ້ເກີດ
ໄຟໄໝ້ ຊຶ່ງທ່ານວ່າ ເປັນໄປໂດຍທີ່ບໍ່ໄດ້ຕັ້ງໃຈ.
ທ້າວ Dorner ຖືກກ່າວຫາວ່າໄດ້ສັງຫານອີກ 3 ຄົນ ກ່ອນໜ້າທີ່ຈະມີການຍິງກັນໃນ
ວັນອັງຄານຜ່ານມາ ຮວມທັງລູກສາວຂອງອະດີດຮ້ອຍເອກຕໍາຫລວດຂອງນະຄອນ Los Angeles.
ທ້າວ Dorner ໄດ້ຖືກໄລ່ອອກການ ຈາກຫ້ອງການຕໍາຫລວດຂອງນະຄອນ Los Angeles ໃນປີ
2008 ຍ້ອນອັນທີ່ພວກເຈົ້າໜ້າທີ່ເວົ້າວ່າ ກ່າວຫາເຈົ້າໜ້າທີ່ຊຶ່ງເປັນ
ເພື່ອນຮ່ວມງານວ່າເຕະໜ້າຂອງຜູ້ຕ້ອງສົງໄສຢ່າງບໍ່ມີຄວາມຈິງ.

Mon Feb 01, 2021 9:48 am by maivntximhlub
» Nyiaj Txiag Pauv Tsis Tau Kev Hlub
Sat May 09, 2020 8:15 pm by Ntsuj_Plig
» Caw Npauj Npaim rov tuaj qhia qee yam
Mon Apr 20, 2020 8:43 am by Tubzoonraug
» Nej leej twg Paub LorMong Lo
Mon Apr 20, 2020 8:24 am by Tubzoonraug
» Nyob zoo phooj ywg
Tue Jun 04, 2019 6:01 am by maivntximhlub
» GVP thiab Hmoob txoj kev ua rog nyob nplog teb
Sun Mar 10, 2019 9:53 pm by Ntsuj_Plig
» Xa Xov Rau Qub Phooj Ywg
Thu Dec 28, 2017 12:11 am by Ntsuj_Plig
» Nco Hauv Lub Tsev Pheeb Suab
Thu Oct 26, 2017 9:38 pm by Ntsuj_Plig
» Nkauj Ntxoo Mus Tsheej Dab
Wed Jul 19, 2017 10:34 pm by Ntsuj_Plig